ຄະນະຮັບຜິດຊອບນັກສຶກສາພາສາຕ່າງປະເທດ ວປກ ເປີດຂະບວນການແຂ່ງຂັນກິລາມວນຊົນ
ໃນບໍ່ດົນຜ່ານມານີ້, ຄະນະຮັບຜິດຊອບນັກສຶກສາພາສາຕ່າງປະເທດ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດຂະ
ບວນການແຂ່ງຂັນກິລາມວນຊົນ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສີວິໄລ ທະວັດດີ ຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບ
ພາສາຕ່າງປະເທດ ວປກ, ມີ ທ່ານ ປອ ຈັນທະວົງ ປັນຍາຊິລິ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າ
ຈາກບັນດາບໍລິສັດ, ຄະນະພັກ-ຄະນະບັນຊາ, ພະນັກງານ, ຄູ-ອາຈານ, ນັກສຶກສາພາສາອັງກິດ, ພາສາຫວຽດນາມ, ພາສາຈີນ, ພາສາຣັດເຊຍ
ແລະ ຄະນະນັກກິລາຂອງແຕ່ລະພາກສ່ວນເຂົ້າຮ່ວມ.
ສະຫາຍ ພັນຕີ ສີນະຄອນ ນວນແພງສີ ຮອງຫົວໜ້າຄະນະຮັບຜິດຊອບລະບົບພາສາຕ່າງປະເທດ ໄດ້ຜ່ານແຜນການແຂ່ງຂັນກິລາມວນ
ຊົນ ວ່າ: ການເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີ
ບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງຄະນະນຳ, ພະນັກງານຫຼັກແຫຼ່ງ,
ຄູ-ອາຈານ ກັບ ນັກສຶກສາທຸກໆລະບົບ ຂອງພາສາຕ່າງປະເທດ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ນອກນັ້ນ, ຍັງເປັນການເຝິກຝົນກຳລັງ
ແຮງກາຍໃຫ້ມີສຸຂະພາບແຮງແຂງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ເຊິ່ງກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້
ປະກອບມີຄື: ກິລາບານສົ່ງ ຍິງ-ຊາຍ, ເປຕັງ ຍິງ-ຊາຍ, ດອກປີກໄກ່ ຍິງ-ຊາຍ ແລະ ກະຕໍ້. ພ້ອມນີ້, ສະຫາຍ ນາງ ຈີນຕະນາ ທະລັງສີ ປະ
ທານ ບໍລິສັດ ຈີນຕະນາ ຈຳກັດຜູ້ດຽວ ຍັງໄດ້ມອບເຄື່ອງກິລາຈຳນວນໜຶ່ງ ລວມມູນຄ່າ 3 ລ້ານກວ່າກີບ ແລະ ສະຫາຍ ກົງສະຫວັນ ລາຊາ
ລູກຊີ້ນ ປະທານ ບໍລິສັດ ສີສົມບັດ ລາຊາລູກຊີ້ນ ໄດ້ນຳເອົາເຄື່ອງກິລາຈຳນວນໜຶ່ງ ລວມມູນຄ່າ 1 ລ້ານກວ່າກີບ ມາມອບໃຫ້ ຄະນະຮັບຜິດ
ຊອບນັກສາສຶກສາລະບົບພາສາຕ່າງປະເທດ ເພື່ອເປັນປະກອບສ່ວນຊຸກຍູ້ປະກອບສ່ວນເຂົ້າໃນຂະບວນການກິລາໃນຄັ້ງນີ້ໃຫ້ມີຂະບວນການ
ຟົດຟື້ນແຂງແຮງ.
ແຫຼ່ງທີ່ມາ: ເຂັງພອນ ແກ້ວຄຳລຽງ
ວັນທີ 22/02/2024